
ທ່ານ ກາຍ ອິນທະຣະໂສພາ ນັກປະຫວັດສາດຊາວໄທເຊື້ອສາຍລາວ ຜູ້ທີ່ໄດ້ກິ້ງເກືອກລີເລືອ, ສຶກສາຄົ້ນຄ້ວາ ປະຫວັດສາດ ແລະ ສີລະປະວັດທະນະທຳຂອງຊົນຊາດລາວ ຊຶ່ງໄດ້ເດີນທາງເຂົ້າມາສຶກສາຄົ້ນຄ້ວາ ກ່ຽວກັບຮ່ອງຮອຍປະຫວັດສາດ ແລະ ວິຖີຊີວິດ, ວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ ຢູ່ຫລາຍແຂວງ ໄດ້ສະແດງຄວາມເປັນຫ່ວງຂອງຕົນ ດ້ວຍການຂຽນໂພສຕ໌ລົງທາງເຟສບຸກສ່ວນຕົວ Kay Intarasopa ເມື່ອວັນທີ 15 ພຶດສະພາ 2016 ຜ່ານມານີ້ ຮຽກຮ້ອງມາຍັງເຈົ້າເມືອງຍອດອູ, ເຈົ້າແຂວງຜົ້ງສາລີ, ລັດຖະມົນຕີ (ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ) ຕະຫລອດຮອດເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລາວ ໃຫ້ເຂົ້າໄປຄຸ້ມຄອງ ແລະ ອະນຸລັກຮັກສາ ເຂດບູຮານສະຖານພະທາດອົງໄຫ ຫລື ວັດອົງໄຫ ທີ່ຕັ້ງຢູ່ເມືອງຍອດອູ ແຂວງຜົ້ງສາລີ ຢ່າງຮີບດ່ວນ, ເນື່ອງຈາກພະທາດອົງນີ້ ເປັນພະທາດທີ່ສຳຄັນຂອງເມືອງ ແລະ ເປັນທີ່ສັກກາລະບູຊາ ຂອງປະຊາຊົນເຜົ່າລື້ ພາຍໃນທ້ອງຖິ່ນດັ່ງກ່າວ, ອົງພະທາດ ມີຮູບແບບດ້ານສີລະປະອັນງົດງາມ ທີ່ມີເອກະລັກສະເພາະບໍ່ຄືແຫ່ງອື່ນໆ ສ້າງຂຶ້ນຢູ່ເທິງຍອດພູສູງ, ພ້ອມກັນນັ້ນ ພາຍໃນວັດດັ່ງກ່າວ ຍັງມີບໍ່ນ້ຳສັກສິດທີ່ປະຊາຊົນເຄົາລົບບູຊາ ໄຫລລິນຢູ່ຕະຫລອດປີອີກດ້ວຍ. 
ທັງນີ້ ເນື່ອງຈາກນັກປະຫວັດສາດທ່ານດັ່ງກ່າວ ໄດ້ຮັບຂ່າວມາວ່າ ເຈົ້າອາວາດວັດຫລວງ ແລະ ປະຊາຊົນໃນທ້ອງຖິ່ນ ກຳລັງມີແຜນການທີ່ຈະບູລະນະພະທາດແຫ່ງນີ້ ພາຍຫລັງທີ່ພວກເພິ່ນ ໄດ້ທຳການບູລະນະສິມວັດຫລວງ ດ້ວຍການຮື້ຖອນ ສະຖາປັດຕະຍະກຳສີລະປະລື້ບູຮານ ອາຍຸຫລາຍຮ້ອຍປີ ເມື່ອເດືອນເມສາ ປີ 2015 ຜ່ານມາ ແລ້ວສ້າງສິມໃໝ່ຂຶ້ນໃສ່ແທນ ຊຶ່ງເປັນສິ່ງທີ່ໜ້າເສຍດາຍຫລາຍ ທີ່ມໍລະດົກທາງດ້ານວັດທະນະທຳ ອັນເປັນເອກະລັກຂອງທ້ອງຖິ່ນ ຖືກທຳລາຍລົງ ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ຊຶ່ງເກີດຈາກຄວາມຫວັງດີຂອງຄົນໃນທ້ອງຖິ່ນ ທີ່ຕ້ອງການບູລະນະ ແຕ່ຂາດການຄຸ້ມຄອງຮັກສາ ໂດຍຜູ້ຊ່ຽວຊານສະເພາະດ້ານ.
” ຂ້າພະເຈົ້າ ບໍ່ຮຽກການກະທຳອັນເກີດຈາກຄວາມຫວັງດີນັ້ນວ່າ ການບູລະນະປະຕິສັງຂອນ ເພາະການບູລະນະ ຄືການສ້ອມແຊມຂອງເດີມໃຫ້ສະພາບດີ, ແຕ່ກໍລະນີວັດຫລວງ ຄືການຮື້ຂອງເດີມຖິ້ມ ແລະ ສ້າງຂອງໃໝ່ຂຶ້ນ ” ທ່ານ ກາຍ ລະບຸໃນເຟສບຸກຂອງຕົນ. |